Poppy_Diary

Poppy_Diary

Share

Contact information, map and directions, contact form, opening hours, services, ratings, photos, videos and announcements from Poppy_Diary, Vientiane.

✈️📚🇨🇳🇱🇦 Poppy_Diary 🧸 🇱🇦🇨🇳📚✈️
ພື້ນທີ່ແບ່ງປັນຄວາມສຸກໃນຂອງຄົນທີ່ມາຮຽນຈີນ 🇨🇳
ບັນທຶກຊີວິດປະຈຳວັນ, ວິທີຮີວໃຈ ແລະ Mindset ດີໆ ສຳລັບຄົນໄກບ້ານ ☁️ ຢາກໃຫ້ເພຈນີ້ເປັນໝູ່ທີ່ຄອຍເປັນກຳລັງໃຈໃຫ້ທຸກຄົນທີ່ກຳລັງສູ້ຊີວິດຢູ່ຕ່າງແດນ ✨

28/07/2026

ຊານົມຄຣີມຊີສ ໄຂ່ເຄັມ✨😋ທີ່ຖືກຕ້ອງ ສາຍຫວານ ສາຍລະມຸນຕ້ອງບໍ່ພາດດ🧋 ຊາຫອມ ຄຣີມຊີສສສ ຄືນົວ ສຸດ😋
ຢ່າວ່າຂີ້ໂມ້ລ້າເດີ້ ບໍ່ເເຊບເເທ້ ບໍ່ອອກຈາກປາກປ໋ອບປີເເນ່ນອນ🤣 (ໝັ້ນເກີນນນ 😂) ເເຕ່ເເຊບເເທ້ ເກາະ ໄປລອງເຖາະ😆
#ຢາກຣີວິວ #ຊານົມ #ຊານົມຄຣີມຊິສໄຂ່ເຄັມ #ຫວຽດນາມ

27/07/2026

ໂອນຈ່າຍຄ່າຮຽນໃຫ້ຢູ່ຈີນເເນວໃດຖ້າເຮົາຍັງຢູ່ລາວ ? ໃຊ້ເອກກະສານຫຍັງເເນ່ ? ມາເບິ່ງນຳກັນຈະ ✨🇨🇳 #ຮຽນຈີນ #ຮຽນພາສາຈີນ🇨🇳📚🖋 #ທຶນຮຽນຈີນ

09/07/2026

ທາງລັດສູ່ຫຼັກສູດອິນເຕີ ໃນມະຫາວິທະຍາໄລລະດັບ Top 20 ຂອງຈີນ! 🔓🇨🇳🇬🇧

ຂໍສະແດງຄວາມຍິນດີນຳນ້ອງນັກຮຽນພາຍໃຕ້ການດູແລຂອງເຮົາທັງສອງຄົນ ທີ່ໄດ້ຮັບໃບຕອບຮັບເຂົ້າຮຽນ (Admission Letter) ຫຼັກສູດ International Foundation Program (ພາກພາສາອັງກິດ) ຈາກ South China University of Technology (SCUT) ຢ່າງເປັນທາງການແລ້ວ! 🎉✨

📌 ຫຼັກສູດ Foundation (English-Medium) ຂອງ SCUT ມີຈຸດເດັ່ນຫຍັງແດ່? ເປັນຫຍັງຕ້ອງຮຽນຫຼັກສູດນີ້ ?
1️⃣ ຮຽນເປັນພາສາອັງກິດຮອບດ້ານ: ເໝາະສຳລັບນັກຮຽນສາຍອິນເຕີ ໂດຍຈະໄດ້ຮຽນວິຊາພື້ນຖານເປັນພາສາອັງກິດທັງໝົດ ບໍ່ວ່າຈະເປັນ ຄະນິດສາດ, ຟີຊິກສາດ, ການບໍລິຫານຈັດການ, ຄອມພິວເຕີເບື້ອງຕົ້ນ ບວກກັບພາສາຈີນເບື້ອງຕົ້ນ.
2️⃣ ການຕອບຮັບເຂົ້າ ປ.ຕີ ທັນທີ:ເມື່ອຮຽນຈົບຫຼັກສູດນີ້ສຳເລັດເເລະ ເສັງຜ່ານຕາມຂໍ້ກຳໜົດຂອງມະຫາໄລເເລ້ວ ນັກສຶກສາຈະໄດ້ຮັບການຮັບປະກັນໃນການເຂົ້າຮຽນຕໍ່ລະດັບປະລິນຍາຕີ (ຫຼັກສູດພາສາອັງກິດ) ຢູ່ SCUT ທັນທີ ໂດຍບໍ່ຕ້ອງກັງວົນເລື່ອງເກນພາສາຈີນ.
3️⃣ ສອນໂດຍຜູ້ຊ່ຽວຊານ: ທຸກໆວິຊາແມ່ນໄດ້ຮັບການສອນໂດຍອາຈານ ແລະ ຜູ້ຊ່ຽວຊານຈາກ SCUT ໂດຍກົງ ໝັ້ນໃຈໄດ້ໃນເລື່ອງຄຸນນະພາບ.

ເຮົາຕັ້ງໃຈວາງແຜນໃຫ້ກົງກັບຈຸດເດັ່ນ ແລະ ຄວາມສາມາດຂອງນ້ອງໆ ເພື່ອໃຫ້ໄດ້ສິ່ງທີ່ຄຸ້ມຄ່າ ແລະ ໝັ້ນຄົງທີ່ສຸດ.

💡 ໃຜທີ່ສົນໃຈຫຼັກສູດອິນເຕີຢູ່ຈີນ ຢາກໄດ້ຂໍ້ມູນກົງປົກ ແລະ ໂປ່ງໃສ 100%... ທັກມາປຶກສາໄດ້ຕະຫຼອດເລີຍເດີ້ 📈📥

#ຮຽນຕໍ່ຈີນ #ທຶນຈີນ2026 #ຫຼັກສູດອິນເຕີ #ລີວິວທຶນຈີນ #ນັກຮຽນລາວ

08/07/2026

ຂໍສະແດງຄວາມຍິນດີນຳນ້ອງນັກຮຽນ ທີ່ໄດ້ຮັບໃບຕອບຮັບເຂົ້າຮຽນ (Admission Notice) ຫຼັກສູດ Pre-College 1 ປີເຕັມ ຈາກ Shanghai University of Finance and Economics (SUFE) ຢ່າງເປັນທາງການແລ້ວ! 🎉✨

📌 ຈຸດເດັ່ນຂອງ SUFE ທີ່ຄົນຢາກເຂົ້າຮຽນຫຼາຍທີ່ສຸດ:
🔹 ເປັນມະຫາວິທະຍາໄລລະດັບ Top ດ້ານການເງິນ, ເສດຖະສາດ ແລະ ບໍລິຫານທຸລະກິດຂອງຈີນ.
🔹 ຕັ້ງຢູ່ໃນເມືອງເສດຖະກິດລະດັບໂລກຢ່າງ Shanghai. ທີ່ສາມາດ ເປີດໂອກາດ ແລະ ປະສົບການທີ່ເໜືອກວ່າ.
1️⃣ ເປັນແຫ່ງດຽວທີ່ໄດ້ຮັບການຮັບຮອງຈາກ CSC: SUFE ເປັນຖານການສຶກສາ Pre-College ສາຍບໍລິຫານ ແລະ ເສດຖະສາດ ທີ່ໄດ້ຮັບການອະນຸມັດຈາກສະພາທຶນລັດຖະບານຈີນ (CSC) ໂດຍກົງ.
2️⃣ ຮຽນທັງພາສາ ແລະ ຄະນິດສາດ: ຫຼັກສູດນີ້ອັດແໜ້ນ 30-34 ຊົ່ວໂມງຕໍ່ສັບດາ, ຕິວທັງພາສາຈີນທຸລະກິດ ແລະ ວິຊາ "ຄະນິດສາດ" ທີ່ຈຳເປັນສຸດໆໃນການຮຽນຕໍ່.
3️⃣ ນັກຮຽນທີ່ຈົບຫຼັກສູດນີ້ ຖ້າມີ HSK 5 ແລະ ຜົນຄະແນນ CSCA ຈະໄດ້ຮັບການພິຈາລະນາເຂົ້າ ປ.ຕີ ທີ່ SUFE ທັນທິ ໂດຍໄດ້ຮັບການຍົກເວັ້ນການເສັງຄັດເລືອກຂອງມະຫາວິທະຍາໄລ

ຫຼັກສູດນີ້ຈຶ່ງຕອບໂຈດນັກຮຽນທີ່ມີເປົ້າໝາຍຊັດເຈນ ທີ່ນອກຈາກພາສາຕ້ອງແໜ້ນແລ້ວ ຍັງກຽມຄວາມພ້ອມເພື່ອຍື່ນທຶນໃຫຍ່ໃນລະດັບ ປ.ຕີ ນຳອີກ.

💡 ເຮົາດູແລ ແລະ ວາງແຜນໃຫ້ແບບກົງໄປກົງມາ ເພື່ອໃຫ້ໝັ້ນໃຈວ່າທຸກກ້າວຂອງນ້ອງໆຄຸ້ມຄ່າທີ່ສຸດ. ຢາກວາງແຜນອະນາຄົດການຮຽນຕໍ່ຈີນແບບຕອບໂຈດ, ເນັ້ນຄຸນນະພາບ ແລະ ໂປ່ງໃສ 100% , ບໍ່ມີການຂາຍຝັນເເນ່ນອນ📥

#ຮຽນຕໍ່ຈີນ #ທຶນຈີນ2026 #ທຶນcsc #ນັກຮຽນລາວ

27/06/2026

ຣີວິວ ໂຮງເເຮມໃກ້ສູນສອບເສັງ HSK ຢູ່ Nanchang 南昌大学🇨🇳⭐️⭐️⭐️ ⭐️⭐️ #ນັກຮຽນລາວ #ຣີວິວ

09/06/2026

ຢາກໄດ້ "ໃບແຈ້ງໂທດ" ຢູ່ຈີນ... ບໍ່ຕ້ອງບິນກັບເມືອບ້ານໃຫ້ເສຍເວລາ ແລະ ເສຍຄ່າປີ້ຍົນຟຣີໆເດີ້ເຈົ້າ! 🔓🇨🇳
ມີນັກຮຽນຫຼາຍຄົນເຂົ້າໃຈຜິດ ວ່າຕອນຈະຍື່ນທຶນຕໍ່ ປ.ຕີ/ປ.ໂທ ຫຼື ສະໝັກວຽກຢູ່ຈີນ ຖ້າຈຳເປັນຕ້ອງໃຊ້ ໃບເເຈ້ງໂທດ (Non-Criminal Record) ແມ່ນຕ້ອງໄດ້ກັບໄປເຮັດຢູ່ລາວ... ຄວາມຈິງຄື "ບໍ່ຈຳເປັນ" ເລີຍຈະ☺️
ມື້ນີ້ປ໊ອບປີ້ມາເເຊວິທີ່ທີ່ໃຊ້ໄດ້ທົ່ວປະເທດຈີນໃຫ້ຟັງ:
🔹 ເງື່ອນໄຂ: ເຮົາຕ້ອງຖືວີຊາ Residence Permit ແລະ ມີໄລຍະເວລາພັກເຊົາສະສົມໃນຈີນ 180 ວັນຂຶ້ນໄປ.
🔹 ວິທີເຮັດ: ກຽມແຕ່ Passport ສະບັບເເທ້ໄປຕິດຕໍ່ທີ່ ແຜນກຄົນເຂົ້າເມືອງ (出入境) ຂອງສະຖານີຕຳຫຼວດໃນເຂດ/ເມືອງທີ່ເຮົາຢູ່ ໄປຮອດກໍແຄ່ຂຽນຟອມ ແປັບດຽວກໍສຳເລັດແລ້ວ.
ອາທິດແລ້ວປ໊ອບປີ້ກໍຫາຊິພານ້ອງນັກຮຽນພາຍໃຕ້ການດູແລຂອງປ໋ອບປີ້ໄປເຮັດມາຄືກັນ ເພາະນ້ອງກຳລັງຈະຍື່ນທຶນຕໍ່ ປ.ຕີ ຢູ່ຈີນຕໍ່🇨🇳
💡 ມາຮຽນຕໍ່ຈີນກັບ ປ໋ອບປີ້ ບໍ່ໄດ້ເບິ່ງແຍງແຕ່ຕອນຍື່ນທຶນ... ແຕ່ເຮົາດູແລ ແລະ ເປັນທີ່ປຶກສາໃຫ້ຕະຫຼອດຮອດຕອນຢູ່ຈີນເລີຍ. ໃຜຢາກໄດ້ຂໍ້ມູນຕົງປົກແລະ ທີ່ປຶກສາທີ່ຈິງໃຈ ທັກມາລົມກັນໄດ້ຕະຫຼອດເລີຍເດີ້ເຈົ້າ! 📈✨
#ຮຽນຕໍ່ຈີນ #ທຶນຈີນ2026 #ລີວິວຈີນ #ນັກຮຽນລາວໃນຈີນ #ໃບແຈ້ງໂທດ

02/06/2026

ຄຸນນະພາບທີ່ແທ້ຈິງ ວັດກັນທີ່ຜົນສຳເລັດ! 🔓🇨🇳
ຂໍສະແດງຄວາມຍິນດີນຳນ້ອງນັກຮຽນ ທີ່ໄດ້ຮັບໃບຕອບຮັບເຂົ້າຮຽນ (Admission Letter) ຈາກ South China University of Technology (SCUT) ຢ່າງເປັນທາງການ! 🎉

📌 ເປັນຫຍັງຕ້ອງສະໝັກມາຮຽນທີ່ South China University of Technology (SCUT)
✅ເປັນມະຫາວິທະຍາໄລລະດັບ Top 20 ຂອງປະເທດຈີນ.
✅ໂດດເດັ່ນທີ່ສຸດໃນດ້ານວິທະຍາສາດ, ເທັກໂນໂລຢີ, ວິສະວະກຳ ແລະ ບໍລິຫານ.
✅ຫຼັກສູດໄດ້ມາດຕະຖານສາກົນ, ສັງຄົມດີ ແລະ ເອື້ອຕໍ່ການເຮັດວຽກໃນອະນາຄົດ.

ຖ້າເຈົ້າເປັນຄົນໜຶ່ງທີ່ເນັ້ນຄຸນນະພາບການຮຽນ, ຢາກໄດ້ຂໍ້ມູນທີ່ຕົງໄປ ຕົງມາ ແລະ ໂປ່ງໃສ 100%... ທັກມາລົມ ມາປຶກສາກັນໄດ້ເດີ້ ✨✌🏻🇨🇳 ຂອບໃຈທຸກຄົນທີ່ໄວ້ໃຈໃຫ້ເຮົາດູເເລ 🇨🇳
#ຮຽນຕໍ່ຈີນ #ທຶນຈີນ2026 #ລີວິວຈີນ #ນັກຮຽນລາວ

19/05/2026

ໄດ້ທຶນຮຽນຈີນເເບບຟຣີ100% .. ແຕ່ບໍ່ໄດ້ແປວ່າຈະບໍ່ໄດ້ເສຍຄ່າໃຊ້ຈ່າຍຫຍັງອີກເລີຍໃດ 🔓🇨🇳
ມີຄົນຖາມເຂົ້າມາຫຼາຍ ມື້ນີ້ປ໊ອບປີ້ເລີຍມາສະຫຼຸບຄ່າໃຊ້ຈ່າຍຈິງ ເເບບຄົນທີ່ຢື່ນເອງ ບໍ່ຜ່ານເອເຈນຊີ ເພື່ອໃຫ້ເປັນປະໂຫຍດສຳຫຼັບຄົນທີ່ກຳລັງກຽມໂຕມາຮຽນຈີນ🇨🇳
1️⃣ ທຶນທີ່ໄດ້: ຕ້ອງເບິ່ງດີໆວ່າເປັນທຶນເຕັມຈຳນວນ ຫຼື ບາງສ່ວນ ເພາະບາງທຶນອາດຈະບໍ່ໄດ້ຟຣີຄ່າຫໍພັກ ຫຼື ບໍ່ມີເງິນເດືອນໃຫ້.
2️⃣ ຄ່າໃຊ້ຈ່າຍສ່ວນໂຕ: ຄ່າເອກະສານ (ວີຊາ, ກວດສຸຂະພາບ, ຊິມໂທລະສັບ) ແລະ ຄ່າໃຊ້ຈ່າຍພື້ນຖານທີ່ຈຳເປັນຕ້ອງຮູ້ ທີ່ເຮົາຕ້ອງຮັບຜິດຊອບເອງທັງໝົດ.
💡 ແນະນຳຈາກປະສົບການຈິງ: ເດືອນທຳອິດກ່ອນເງິນທຶນຈະອອກ ຄວນມີເງິນຕິດໂຕເເລະ ກຽມຫຍັງໄວ້ເເນ່
ເບິ່ງຄລິບນີ້ໃຫ້ຈົບ ຈະໄດ້ວາງແຜນງົບປະມານຖືກ 📈✨ື # #ທຶນຮຽນຈີນ #ຮຽນພາສາຈີນ🇨🇳📚🖋 #ນັກຮຽນລາວ

18/05/2026

ຢຸດຂາຍຝັນ ແລະ ຢຸດເຊື່ອຄຳໂຄສະນາ! ຖ້າບໍ່ຢາກເສຍເວລາ ເສຍໂອກາດໃນການມາຮຽນຈີນໄປລ້າໆ 🔓🇨🇳
ທີ່ປ໊ອບປີ້ອອກມາເວົ້າໃນມື້ນີ້ຢາກເປັນກະບອກສຽງ1 ທີ່ຢາກໃຫ້ທຸກຄົນໄດ້ຮັບສິດທີ່ໂຕເອງຄວນຈະໄດ້ ບໍ່ໄດ້ມີເຈດຕະນາ ພາດພິງໃຜເດີ້ 😄
⚠️ ຝາກເຖິງເອເຈນຊີ້: ຢາກຂໍຮ້ອງໃຫ້ມີຄວາມຊື່ສັດ ແລະ ມີຈັນຍາບັນກັບນັກຮຽນ. ຂໍ້ມູນທຸກຢ່າງ ເກນການຮັບ, ຄະແນນ HSK, ຫຼື ປະເພດທຶນ ຄວນກວດສອບກັບທາງມໍໃຫ້ລະອຽດກ່ອນເອົາມາລົງ. ຢ່າເອົາຂໍ້ມູນ "ບໍ່ຕົງປົກ" ມາຂາຍຝັນ ເພື່ອແລກກັບົນປະໂຫຍດສ່ວນໂຕ ແລ້ວມາຕັດໂອກາດນັກຮຽນທີຫຼັງ... ມັນບໍ່ຄຸ້ມກັບອະນາຄົດຂອງນ້ອງໆ ນັກຮຽນທີ່ຢາກໄປຮຽນເລີຍ🥹
🎓 ຝາກເຖິງນັກຮຽນ ແລະ ຜູ້ປົກຄອງ:
ເວລາເລືອກທຶນ ຢ່າເບິ່ງແຕ່ໂຕເລກ "ເງິນເດືອນ" ວ່າໄດ້ຫຼາຍຢ່າງດຽວ! ແຕ່ສິ່ງທີ່ຕ້ອງເບິ່ງໃຫ້ເລິກຄື: ສິ່ງທີ່ເອເຈນຊີໃຫ້ຂໍ້ມູນມາ ຕົງກັບຄວາມເປັນຈິງຂອງເເຫຼ່ງທຶນບໍ່ ? ມາດຕະຖານການຮຽນເປັນແນວໃດ? ຫຼັກສູດໄດ້ມາດຕະຖານບໍ່? ສັງຄົມນັກສຶກສາຕ່າງຊາດຢູ່ຫັ້ນດີຫຼືປ່າວ? ເພາະຖ້າເລືອກຜິດ ໄປຮອດແລ້ວບໍ່ຕົງປົກ ມັນບໍ່ແມ່ນແຕ່ເລື່ອງເສຍເງິນ... ແຕ່ມັນຄືການ "ເສຍເວລາ" ທີ່ເອົາຄືນມາບໍ່ໄດ້!
ສິ່ງທີ່ ເຮົາຄວນເຮັດ ເເມ່ນຕ້ອງມີຄວາມໂປ່ງໃສ ແລະ ຂໍ້ມູນທີ່ຕົງປົກ ເພາະອະນາຄົດຂອງນ້ອງໆ ບໍ່ແມ່ນສິ່ງທີ່ຄວນມາເຮັດຫຼີ້ນ!
👇 ເບິ່ງຄລິບໃຫ້ຈົບ ແລ້ວເຈົ້າຈະເຂົ້າໃຈວ່າເປັນຫຍັງປ໊ອບປີ້ຕ້ອງອອກມາເວົ້າ!

14/05/2026

1 Day Vlog: ຖ່າຍຮູບລວມຄະນະ 🎓✨
ວຸ້ນວາຍກວ່າຮຽນ ກະຄືຕອນຖ່າຍຮູບກັບ ພສ ຈີນ ນີ້ແຫຼະ! 🤣 ໃກ້ຈະຈົບແລ້ວ ຂໍເກັບຄວາມຊົງຈຳດີໆໄວ້ໃນ Dairy ນິດໜຶ່ງນະ 🥰💖
#ນັກຮຽນລາວ #ຮຽນຈີນ

Telephone

Website

Address


Vientiane
01000